All About SEAACC-SF in Laos Language


ປະເທສພະມ້າ - Burma

ທ້ອງທົ່ງນາ - Ricefields

ທົ່ງນາເຂົ້າທີ່ເປັນຊັ້ນໆ. ພະມ້າເປັນຣັຖອະທິປະຕັຍໃນທະວີບເອເຊັຍຕາເວັນອອກສຽງໃຕ້ຕິດກັບປະເທສຈີນ, ໄທຍ໌, ອິນເດັຍ, ລາວ, ແລະບັງກລາເທສ. ປະຊາກອນກວ່າ60 ລ້ານເຮັດໃຫ້ມັນເປັນປະເທສທີ່24 ທີ່ມີປະຊາກອນຫລາຍທີ່ສຸດໃນໂລກແລະດ້ວຍເນື້ອທີ່676,578 Km2 (216,227 ຈາລາງໄມລ໌) ເຮັດໃຫ້ມັນເປັນປະເທສທີ່40 ທີ່ໃຫຍ່ທີ່ສຸດຂອງໂລກແລະໃຫຍ່ເປັນອັນດັບສອງໃນເອເຊັຍຕາເວັນອອກສຽງໃຕ້(ແຫລ່ງທີ່ມາ: ວິກີພີເດັຍ)

ປະເທສກັມພູຊາ - Cambodia

ທ້ອງທົ່ງນາ - Ricefields

ກັມພູຊາ, ຂເມນກັມພູຊາເປັນທີ່ຮູ້ຈັກຢ່າງເປັນທາງການວ່າຣາຊອານາຈັກກັມພູຊາແລະຄັ້ງນຶ່ງເຄີຍເປັນທີ່ຮູ້ຈັກກັນວ່າເປັນຈັກວັຕຂເມນເປັນປະເທດທີ່ຕັ້ງຢູ່ໃນສ່ວນໃຕ້ຂອງຄາບສະມຸດອິນໂດຈີນໃນເອເຊັຍຕາເວັນອອກສຽງໃຕ້(ແຫລ່ງທີ່ມາ: ວິກີພີເດັຍ)

ປະເທສລາວ - Laos

ດອກໄມ້ປະຈຳຊາຕ: ດອກຈຳປາ - National Flower: Dok Champa

ດອກໄມ້ຈາກເຂຕຮ້ອນທີ່ມີກິ່ນຫອມຫວານຊວນໃຫ້ຫລົງໃຫລຊະນິດນີ້ຈະມີໃຫ້ເຫັນໃນທຸກທີ່ຕັ້ງແຕ່ທາງທິສເໜືອໄປເຖິງທາງທິສໃຕ້ຂອງປະເທສລາວໂດຍສະເພາະຢ່າງຍິ່ງໄດ້ໃຊ້ໃນການຕົກແຕ່ງໃນວັດແລະສຖານທີ່ສັກສິດທ່ານຍັງອາຈຈະໄດ້ຮັບພວງມາລັຍທີ່ເຮັດມາຈາກດອກໄມ້ສີຂາວແລະສີເຫລືອງນີ້ຄ້ອງຄໍເພື່ອເປັນການໃຫ້ການຕ້ອນຮັບຢ່າງອົບອຸ່ນຫລືວ່າເຫັນດອກໄມ້ຊະນິດນີ້ຖືກນຳເອົາມາໃຊ້ໃນການຕົບແຕ່ງພິທີຕ່າງໆແຕ່ຄວາມໝາຍຂອງດອກຈຳປາໃນທີ່ເຫລົ່ານີ້ຈະມີຄວາມໝາຍດຽວກັນຄືຄວາມສຸຂໃນຊີວິຕແລະຄວາມຈິງໃຈທີ່ມີໃຫ້ແກ່ກັນແລະກັນ(ແຫລ່ງທີ່ມາ: ວິກີພີເດັຍ)

ປະເທສໄທຍ໌ - Thailand

ທ້ອງທົ່ງນາ - Ricefields

ເຂົ້າຫອມມະລິປະເທສໄທຍ໌: ຣາຊອານາຈັກໄທຍ໌ເປັນປະເທສທີ່ຕັ້ງຢູ່ຈຸດສູນກາງຂອງຄາບສະມຸດອິນໂດຈີນໃນເອເຊັຍຕາເວັນອອກສຽງໃຕ້ປະເທສໄທຍ໌ເປັນປະເທສທີ່ໃຫຍ່ເປັນອັນດັບທີ່51 ຂອງໂລກໃນແງ່ຂອງພື້ນທີ່ມີພື້ນທີ່ທັງໝົດປະມານ513,000 Km2 (198,000 ຕາລາງໄມລ໌) ແລະເປັນປະເທສທີ່20 ຂອງໂລກທີ່ມີປະຊາກອນຫລາຍທີ່ສຸດປະມານ64 ລ້ານຄົນ(ແຫລ່ງທີ່ມາ: ວິກີພີເດັຍ)

ວຽດນາມ - Vietnam

Ricefields
ທ້ອງທົ່ງນາ

ຊົນບົດແລະທ້ອງທົ່ງນາທີ່ຄົດໂຄ້ງແຂວງລາວໄກ.  ວຽດນາມເປັນປະເທສທີ່ຕັ້ງຢູ່ໃກ້ທາງທິສຕາເວັນອອກຫລາຍທີ່ສຸດໃນຄາບສະມຸດອິນໂດຈີນໃນເອເຊັຍຕາເວັນອອກສຽງໃຕ້ໃນປີ2012 ມີຜູ້ຄົນອາສັຍຢູ່ປະມານ90.3 ລ້ານຄົນມັນເປັນປະເທສທີ່13 ຂອງໂລກທີ່ມີປະຊາກອນຫລາຍທີ່ສຸດແລະເປັນປະເທສທີ່8 ທີ່ມີປະຊາກອນຫລາຍທີ່ສຸດໃນເອເຊັຍ  (ແຫລ່ງທີ່ມາ: ວິກີພີເດັຍ)

ພວກເຮົາຄືໃຜ - Who We Are

ກຸ່ມພັນທະມິຕແລະວັທທະນະທັມຂອງຊາວເອເຊັຍຕາເວັນອອກສຽງໃຕ້ຂອງແຊນແຟຣນຊິສໂກໄດ້ ຖືກກໍ່ຕັ້ງຂຶ້ນໃນປີ2011 ໂດຍກຸ່ມຕ່າງຊາຕເຜົ່າພັນຕ່າງໆທີ່ອາສັຍຢູ່ໃນເຂຕແຊນແຟຣນຊິສໂກເບຍ໌ເອເຣັຍພວກເຮົາໄດ້ເຫັນຄວາມຂາດເຂີນໃນການສົ່ງເສີມອະນຸລັກສ໌ວັທທະນະທັມໃນຊຸມຊົນຊາວເອເຊັຍຕາເວັນອອກສຽງໃຕ້ແລະຮູ້ວ່າຈະຕ້ອງມີການປ່ຽນແປງກຸ່ມພັນທະມິຕນີ້ໄດ້ຖືກຕັ້ງຂຶ້ນເພື່ອທີ່ຈະຊ່ວຍໃຫ້ຊຸມຊົນໃນພື້ນທີ່ນີ້ໄດ້ຮັບຮູ້ວັທທະນະທັມຂອງຊາວເອເຊັຍຕາເວັນອອກສຽງໃຕ້ໄດ້ຫລາຍຂຶ້ນ

ຍ່ານTenderloin ມີປະຫວັດສາສອັນຍາວນານວ່າເປັນພື້ນທີ່ໆຊາວອົພຍົບຈາກເອເຊັຍຕາເວັນອອກສຽງໃຕ້ສ່ວນໃຫຍ່ອາສັຍຢູ່  ໃນຂະນະທີ່ຊາວອົພຍົບຈາກເອເຊັຍຕາເວັນອອກສຽງໃຕ້ໃນພື້ນທີ່ນີ້ຈັດງານສລອງປະຈຳປີທີ່ສະເພາະເຈາະຈົງແຕ່ຊາຕເຜົ່າພັນຂອງຕົວເອງພວກເຮົາຢາກຈະສ້າງພັນທະມິຕທີ່ແຂງແຮງທີ່ຈະເປັນຕົວແທນຂອງຫລາຍຊົນຊາຕທີ່ຈະເຮັດວຽກຮ່ວມກັນເພື່ອແບ່ງປັນແງ່ມຸມຂອງວັທທະນະທັມມູນມໍລະດົກທີ່ແຕກຕ່າງກັນຂອງແຕ່ລະປະເທສໃນທີ່ດຽວກັນແລະເວລາດຽວກັນ.

ພວກເຮົາຕ້ອງການທີ່ຈະສເລີມສລອງຄວາມຫລາກຫລາຍຂອງຊຸມໍົນໃນພື້ນທີ່ເພື່ອໃຫ້ປະຊາຊົນທົ່ວໆໄປໄດ້ຮູ້ກ່ຽວກັບກຸ່ມຄົນຕ່າງເຜົ່າພັນທີ່ອາສັຍຢູ່ໃນທີ່ນີ້, ແລະເພື່ອສົ່ງເສີມແລະສະແດງສິລປະມໍລະດົກຂອງຫລາຍໆຊາຕຂອງຊາວອົພຍົບທີ່ອາສັຍຢູ່ໃນພື້ນທີ່ນີ້  ໂຄງການຂອງSEAACC ນີ້ໄດ້ພັທນາຂຶ້ນແລະມີຈຸດມຸ່ງໝາຍທີ່ຈະຂຍາຍອອກຈາກເຂຕເທນເດີລອຍນ໌ອອກໄປທົ່ວແຊນແຟຣນຊິສໂກເບຍ໌ເອເຣັຍທັງໝົດ

ໂຄງການSEAACC-SF ຖືກສ້າງມາໂດຍ(ແຕ່ບໍ່ຈຳກັດສະເພາະ) 5 ຊົນຊາຕຊຶ່ງມີ: ພະມ້າອະເມຣິກັນ, ຂເມນອະເມຣິກັນ, ລາວອະເມຣິກັນ, ໄທຍ໌ອະເມຣິກັນ, ແລະວຽດນາມອະເມຣິກັນ. ການຮວມຕົວຂອງຫລາຍກຸ່ມໃນອົງກອນຂອງພວກເຮົາສາມາດນຳເອົາຜູ້ຄົນທີ່ມີພື້ນຖານຊີວິຕທີ່ແຕກຕ່າງກັນມາຮວມກັນແຕ່ລະຄົນໄດ້ແບ່ງປັນສິ່ງໃໝ່ໆທີ່ເປັນເອກລັກຂອງຊາຕຂອງຕົວເອງໃຫ້ກັບອົງກອນຂອງພວກເຮົາ. ສະມາຊິກທີ່ກໍ່ຕັ້ງຮວມເຖິງຕົວແທນຈານໜ່ວຍງານຕ່າງໆມີດັ່ງທີ່ໄດ້ຣະບຸໄວ້ຂ້າວລຸ່ມນີ້

ພວກເຮົາເລືອກທີ່ຈະເນັ້ນໜັກໄປທາງສິລປະວັທທະນະທັມຂອງຊາຕເຜົ່າພັນຂອງແຕ່ລະກຸ່ມ. ສິ່ງທີ່ພວກເຮົາຈະນຳສເນີມີ5 ສິ່ງດ້ວຍກັນ: ພາສາ, ອາຫານ, ແພຕຳ່ແພທໍ, ການຟ້ອນວັນນະຂະດີແລະເຄື່ອງດົນຕຣີ, ແລະການສເລີມສລອງປີໃໝ່ຂອງແຕ່ລະຊາຕ. ດ້ວຍວ່າພວກເຮົາເປັນອົງກອນທີ່ບໍ່ສແວງຫາກຳໄຣທີ່ມຸ່ງເນັ້ນໜັກໄປທາງສົ່ງເສີມໃຫ້ຄວາມຮູ້ໃນດ້ານສິລປະທີ່ງົດງາມແລະວັທທະນະທັມຂອງຫລາຍພູມພາກໃນເອເຊັຍຕາເວັນອອກສຽງໃຕ້, SEAACC-SF ໂດຍການນຳຂອງຊຸມຊົນ,ພວກເຮົາບໍ່ມີຄວາມຜູກພັນກ່ຽວຂ້ອງທາງການເມືອງໃດໆແລະເຮົາບໍ່ສນັບສນຸນມຸມມອງທາງການເມືອງໃດໆ.

ພວກເຮົາຍັງຈະຈັດງານໃນເຂຕເທນເດີລອຍນ໌ນີ້ອີກຕໍ່ໄປ, ແຕ່ພວກເຮົາກໍ່ຍັງຫວັງທີ່ຈະຊຸກຍູ້ໃຫ້ຊຸມຊົນທີ່ອາສັຍຢູ່ໃນພື້ນທີ່ອື່ນໆເຂົ້າມາຮ່ວມງານໃນເຂຕພວກເຮົາເພື່ອຈະໄດ້ເພີ່ມຄວາມຮູ້ແລະສັມຜັສກັບຄວາມງົດງາມຂອງເຊື້ອຊາຕວັທທະນະທັມຂອງຊາວຕາເວັນອອກສຽງໃຕ້.

  • Au Co Vietnamese Cultural Center
  • Burmese Youth Association (BYA)
  • International Lao New Year Festival
  • Lao Seri Association
  • Laotian American National Alliance
  • Samaki Project
  • San Francisco Recreation & Park
  • South East Asian Cultural Heritage & Music Performing Arts (SEACHAMPA)
  • SEAACC Tenderloin Residents
  • Samaki Project
  • Tenderloin Economic Development Project
  • Cambodian School of San Francisco
  • Cambodian Community Development
  • Khmer Angkor dance Troupe
  • Laos Traditional Instrumental Music & Cultural Dance Troupe
  • Thai San Bruno Temple

ວິສັຍທັສນ໌ຂອງເຮົາ - Our Vision

ວິສັຍທັສນ໌ນັ້ນມາຈາກ3 P
• Preserve ຮັກສາ- ໂອບອຸ້ມແລະປະຄັບປະຄອງຜົລພອຍທີ່ໄດ້ມາຈາກປະວັຕສາສທີ່ສິລປະວັທທະນະທັມມີໃຫ້ແກ່ຊຸມຊົນຊາວເອເຊັຍຕະເວັນອອກສຽງໃຕ້
• Promote ສົ່ງເສີມ- ເຮົາເຊື່ອວ່າຄວາມກ້າວໜ້າທາງວັທທະນະທັມແລະເອກລັກສນ໌ຂອງຊາຕມາຈາກການຮັບຮູ້ວ່າວິຖີຊີວິຕແລະຮາກເຫງົ້າຂອງແຕ່ລະຄົນມີບົດບາດສຳຄັນໃນການພັທທະນາຊຸມຊົນ
• Practice ປະຕິບັຕ- ການສຶກສາແລະທຶສດີບໍ່ມີຄວາມໝາຍຖ້າວ່າບໍ່ຖືກນຳເອົາໄປປະຕິບັຕ. ກິຈກັມທາງວັທທະນະທັມແລະສັງຄົມຈາກຊົນຊາຕຕ່າງໆໄດ້ຖືກຈັດຂຶ້ນໃນເຂຕນະຄອນຫລວງແຊນແຟຣນຊິສໂກເບຍ໌ເອເຣັຍເພື່ອທຸກໆຄົນແລະໃຫ້ທຸກໆຄົນສາມາດເຂົ້າມາຮ່ວມແລະປະສານງານກັບຊຸມຊົນ

ຖແລງພາຣະກິຈ - Mission Statement

ພາຣະກິຈSEAACC ຄືການພັທນາໃຫ້ທຸກຄົນໄດ້ເຫັນຄວາມກ້າວໜ້າແລະຄວາມມີຊີວິຕຊີວາຂອງແຕ່ລະວັທທະນະທັມຂອງຊາວເອເຊັຍຕາເວັນອອກສຽງໃຕ້ໂດຍຜ່ານຊ່ອງທາງຕ່າງໆເຊັ່ນການສຶກສາກິຈກັມທາງສັງຄົມແລະວັທທະນະທັມດ້ວຍຈຸດມຸ່ງໝາຍທີ່ຈະເສີມສ້າງຄວາມສັມພັນລະຫວ່າງຊຸມຊົນຊາວເອເຊັຍຕາເວັນອອກສຽງໃຕ້ໃນເຂຕແຊນແຟຣນຊິສໂກເບຍ໌ເອເຣັຍໃຫ້ແໜ້ນແຟ້ນຂຶ້ນ.

ຕິດຕໍ່ - Contacts

ກະຣຸນາສົ່ງຂໍ້ຄວາມຕິດຕໍ່ທຸກອັນໄປທີ່contact@seaacc-sf.org



No comments:

Post a Comment